ຜູ້ຊ່ວຍ AI ສຳລັບຜູ້ປະກອບການ SME ລາວ

ບັນທຶກໃບບິນ ລາຍຈ່າຍ ແລະ ລາຍຮັບ
ຈາກວຽກຫຼາຍຊົ່ວໂມງ ໃຫ້ງ່າຍຂຶ້ນໃນບໍ່ເທົ່າໃດນາທີ

BuBou.AI ຊ່ວຍຜູ້ປະກອບການ SME ລາວ ບັນທຶກ ຈັດໝວດ ແລະ ສະຫຼຸບຂໍ້ມູນທຸລະກິດໃຫ້ງ່າຍຂຶ້ນ ເພື່ອໃຫ້ທຸລະກິດນ້ອຍເລີ່ມມີລະບົບໄດ້ແຕ່ມື້ນີ້.

ໃຊ້ຟຣີຜ່ານ Telegram · ບໍ່ຕ້ອງມີທີມ IT · ເລີ່ມຈາກມືຖື

BuBou ມາສຄອດ ໂບກມືທັກທາຍ
ໃຊ້ຜ່ານ Telegram
ເລີ່ມຈາກມືຖື
ບໍ່ຕ້ອງເກັ່ງເຕັກໂນໂລຊີ
ຂໍ້ມູນທຸລະກິດປອດໄພ
ປັນຫາ

ລາຍຮັບ ລາຍຈ່າຍ ແລະ ໃບບິນ ບໍ່ຄວນຫາຍຢູ່ຫຼາຍບ່ອນ

ທຸລະກິດນ້ອຍມີຂໍ້ມູນເກີດຂຶ້ນທຸກມື້ ແຕ່ມັນກະຈັດກະຈາຍຢູ່ໃນມືຖື ແຊັດ ປຶ້ມ ຫຼື Excel ຈົນສະຫຼຸບຍາກ.

ຂໍ້ມູນກະຈັດກະຈາຍ

ໃບບິນຢູ່ມືຖື ສະລິບຢູ່ແຊັດ ຍອດຂາຍຢູ່ປຶ້ມ ລາຍຈ່າຍຢູ່ໃນຫົວ.

ບໍ່ມີເວລາບັນທຶກ

ຫຍຸ້ງກັບການຂາຍ ຊື້ເຄື່ອງ ສົ່ງເຄື່ອງ ຈົນບໍ່ມີເວລານັ່ງກອກຂໍ້ມູນ.

ສິ້ນເດືອນແລ້ວປວດຫົວ

ຕ້ອງໄລ່ຫາເອກະສານ ຍອດຂາຍ ລາຍຈ່າຍ ແລະ ເງິນຍັງເຫຼືອ.

ບໍ່ຮູ້ວ່າມີກຳໄລແທ້ບໍ່

ຂາຍດີ ແຕ່ບໍ່ຮູ້ວ່າກຳໄລດີຫຼືບໍ່ ເພາະລາຍຈ່າຍນ້ອຍໆຫາຍໄປລະຫວ່າງທາງ.

ໃຊ້ລະບົບໃຫຍ່ແລ້ວຮູ້ສຶກຍາກ

ໂປຣແກຣມບັນຊີ ຫຼື ERP ເບິ່ງຊັບຊ້ອນເກີນໄປສຳລັບທຸລະກິດນ້ອຍ.

ເຮັດທຸກຢ່າງຄົນດຽວ

ຂາຍເອງ ຊື້ເຄື່ອງເອງ ຄຸຍລູກຄ້າເອງ ແລະ ສະຫຼຸບເງິນເອງ.

BuBou ກຳລັງຊ່ວຍບັນທຶກຂໍ້ມູນ
ທາງອອກ

ສົ່ງໃຫ້ BuBou ຊ່ວຍຈັດໃຫ້

ຖ່າຍຮູບໃບບິນ ສົ່ງສະລິບ ຫຼື ພິມຍອດຂາຍເຂົ້າມາ BuBou ຊ່ວຍອ່ານ ບັນທຶກ ຈັດໝວດ ແລະ ສະຫຼຸບລາຍຮັບ-ລາຍຈ່າຍໃຫ້ເບິ່ງງ່າຍຂຶ້ນ.

  • 1ສົ່ງເຂົ້າມາໃບບິນ ສະລິບ ຫຼື ຍອດຂາຍ ຜ່ານ Telegram
  • 2BuBou ອ່ານ ແລະ ບັນທຶກAI ຊ່ວຍອ່ານຂໍ້ມູນ ແລະ ບັນທຶກໃຫ້
  • 3ຈັດໝວດລາຍຮັບ-ລາຍຈ່າຍແຍກໝວດໝູ່ໃຫ້ເປັນລະບຽບ
  • 4ເບິ່ງສະຫຼຸບໄດ້ງ່າຍຂຶ້ນເຫັນພາບລວມທຸລະກິດໄດ້ທຸກມື້
ວິທີໃຊ້

ໃຊ້ງ່າຍໃນ 4 ຂັ້ນຕອນ

1

ສົ່ງໃບບິນ

ຖ່າຍຮູບ ສົ່ງສະລິບ ຫຼື ພິມຍອດຂາຍ

2

BuBou ຊ່ວຍອ່ານ

AI ອ່ານ ແລະ ບັນທຶກໃຫ້

3

ຈັດໝວດໃຫ້

ແຍກລາຍຮັບ-ລາຍຈ່າຍ

4

ເບິ່ງສະຫຼຸບ

ເຫັນພາບທຸລະກິດງ່າຍຂຶ້ນ

ປະໂຫຍດ

ທຸລະກິດນ້ອຍ ເລີ່ມມີລະບົບໄດ້ງ່າຍຂຶ້ນ

ຫຼຸດເວລາກອກຂໍ້ມູນ

ບໍ່ຕ້ອງນັ່ງກອກເອງທຸກໃບ

ເກັບເປັນລະບົບ

ລາຍຮັບ ແລະ ລາຍຈ່າຍ ບໍ່ຫາຍ

ໃບບິນບໍ່ຫາຍ

ຫາເຈີງ່າຍຂຶ້ນ ບໍ່ຕ້ອງໄລ່ຫາ

ເຫັນພາບທຸລະກິດຊັດຂຶ້ນ

ຮູ້ຕົວເລກ ຕັດສິນໃຈໝັ້ນໃຈກວ່າເກົ່າ

ຕໍ່ຍອດເຂົ້າບັນຊີໄດ້

ຕຽມຂໍ້ມູນສົ່ງຕໍ່ໃຫ້ບັນຊີງ່າຍຂຶ້ນ

ເລີ່ມຈາກມືຖື

ບໍ່ຕ້ອງມີທີມ IT ກໍເລີ່ມໄດ້

ເໝາະກັບໃຜ

ສຳລັບ SME ແລະ ບຸກຄົນທົ່ວໄປ

ບໍ່ວ່າຈະຮ້ານນ້ອຍ ຮ້ານອາຫານ ແມ່ຄ້າອອນລາຍ ຫຼື ຟຣີແລນສ໌ — BuBou ຊ່ວຍໄດ້ໝົດ.

ຮ້ານຄ້ານ້ອຍ / Mini-martຂາຍທຸກມື້ ລາຍຈ່າຍກໍເກີດທຸກມື້
ຮ້ານອາຫານ / ຄາເຟ່ວັດຖຸດິບ ຄ່າຈ້າງ ຄ່າໄຟ ຍອດຂາຍ
ແມ່ຄ້າອອນລາຍສະລິບໂອນເງິນ ຄ່າສົ່ງ ຄ່າເຄື່ອງເຂົ້າ
ໂຮງງານນ້ອຍ / ຜູ້ຜະລິດບິນວັດຖຸດິບ ຄ່າຂົນສົ່ງ ຍອດຂາຍສົ່ງ
ຟຣີແລນສ໌ / ຜູ້ໃຫ້ບໍລິການລາຍໄດ້ຫຼາຍວຽກ ຄ່າໃຊ້ຈ່າຍຈຸກຈິກ
ກິດຈະການທີ່ມີທີມນ້ອຍຍັງບໍ່ມີລະບົບຫຼັງບ້ານຊັດເຈນ
ວິສັຍທັດ

ເລີ່ມຈາກລາຍຮັບ-ລາຍຈ່າຍ ຕໍ່ໄປຄື AI Buddy ສຳລັບທຸລະກິດຂອງເຈົ້າ

BuBou.AI ບໍ່ໄດ້ຢຸດແຄ່ການບັນທຶກໃບບິນ ແຕ່ຈະຄ່ອຍໆເຕີບໂຕເປັນ AI Buddy ສຳລັບ SME ທີ່ຊ່ວຍຈັດວຽກປະຈຳວັນ ສະຫຼຸບຂໍ້ມູນ ແລະ ເຮັດໃຫ້ທຸລະກິດນ້ອຍເຮັດວຽກເປັນລະບົບຂຶ້ນ.

1 · ໃບບິນ ລາຍຮັບ-ລາຍຈ່າຍ 2 · ຜູ້ຊ່ວຍປະຈຳວັນ 3 · ບໍລິຫານທຸລະກິດຈາກຂໍ້ມູນຈິງ
BuBou ເຕີບໂຕ
BuBou ດີໃຈ

ສົ່ງໃບບິນໃຫ້ BuBou ສະຫຼຸບງ່າຍຂຶ້ນ

ເລີ່ມຈາກໃບບິນໃບດຽວ — ໃຊ້ຟຣີຜ່ານ Telegram ມື້ນີ້

ເລີ່ມໃຊ້ຟຣີ